ກິດຈະກຳຂອງຫ້ອງວິເຄາະ
ການຄົ້ນຄ້ວາຂອງພວກເຮົາເນັ້ນໜັກໃສ່ 3 ໂຄງການຫຼັກ ເຊັ່ນ:
ເຮສໄອວີ/ເອສ (HIV / AIDS):
ມີການຄົ້ນຄ້ວາກ່ຽວກັບການຖອກທ້ອງຊຳເຮື້ອ ແລະ ແມ່ກາຝາກສວຍໂອກາດໃນລຳໃສ້ ໃນຄົນເຈັບທີ່ຕິດເຊຶ້ອ HIV / AIDS ຢູ່ລາວ (ສະໜັບສະໜູນ ໂດຍ: Université Claude-Bernard Lyon 1 – UMR 145 IRD, Fondation Mérieux)
ວັນນະໂລກ (Tuberculosis):
ສຶກສາກ່ຽວກັບການດື້ຢາຂອງເຊື້ອວັນນະໂລກ, ຈຳແນກເຊື້ອມີໂກບັກເຕຣີອອມ ທີ່ບໍ່ແມ່ນ ວັນນະໂລກ (Mycobacterium other than tuberculosis) ແລະ ການບົ່ງມະຕິ ເຊື້ອພະຍາດ ວັນນະໂລກດ້ວຍກ້ອງຈຸລະທັດ Fluorescence ແລະ ເຕັກນິກ ທາງໂມເລກຸນວິທະຍາ Hain Test (ສະໜັບສະໜູນ ໂດຍ: Global Fund, GABRIEL Network)
ພວກເຮົາປະກອບສ່ວນຢ່າງຕັ້ງໜ້າໃນການຄວບຄຸມ ແລະ ຕໍ່ຕ້ານ ການດື້ຕໍ່ຢາຂອງເຊື້ອວັນນະໂລກ ໂດຍການຮ່ວມມືກັບ ໂຄງການຄວບຄຸມວັນນະໂລກແຫ່ງຊາດ. ໂດຍນໍາໃຊ້ເຄື່ອງມືໃນການກວດດັ່ງນີ້: Line Probe Assay ເປັນວິທີການກວດ ເພື່ອຈໍາແນກເຊື້ອວັນນະໂລກ(MTBC) ແລະ ການຄົ້ນຫາການດື້ຕໍ່ຢາຂອງເຊື້ອດັ່ງກ່າວ ໂດຍໃຊ້ວິທີການທາງຊີວະໂມເລກຸນ ວິທະຍາ (Hain Tests) ເພື່ອຍົກລະດັບການບໍລິຫານຈັດການຄົນເຈັບທີ່ດື້ຕໍ່ຢາປິ່ນປົວວັນນະໂລກ ຢູ່ ສປປ ລາວ. ນອກຈາກນັ້ນ ພວກເຮົາຍັງເຮັດການສຶກສາກ່ຽວກັບສາຍພັນຂອງເຊື້ອວັນນະໂລກ ແລະ ກວດຈຳແນກເຊື້ອມີໂກບັກເຕຣິອອມ ທີ່ບໍ່ແມ່ນວັນນະໂລກ (MOTT) ອີກດ້ວຍ.
ພະຍາດຊືມເຊື້ອລະບົບຫາຍໃຈ (Respiratory Infections):
CoPanFlu Laos: ສຶກສາເຊຶ້ອທີ່ເປັນສາຍເຫດໃນການອັກເສບລະບົບທາງເດີນຫາຍໃຈ : ສຶກສາປັດໄຈສ່ຽງ ທາງດ້ານ ລະບາດວິທະຍາ, ສິ່ງແວດລ້ອມ, ແລະ ທາງຈຸລະໂລກວິທະຍາ ຂອງເຊຶ້ອພະຍາດທີ່ພາໃຫ້ເປັນໄຂ້ຫວັດ. ເປັນໂຄງການ ລະດັບສາກົນ ທີ່ມີການດຳເນີນການຄົ້ນຄ້ວາຢູ່ຫຼາຍໆປະເທດ « Cohorts for Pandemic Influenza »; (ສະໜັບສະໜູນໂດຍ: EHESP, Fondation Mérieux)
ການກວດວິໄຈປະຈຳວັນ
ນອກຈາກການຄົ້ນຄ້ວາ ຫ້ອງວິເຄາະຂອງພວກເຮົາ ຍັງມີການກວດສະເພາະທາງທີ່ເປັນກິດຈະກຳ ປະຈຳວັນ ເພື່ອຕອບສະໜອງໃຫ້ແກ່ການບົ່ງມະຕິ ແລະ ຕິດຕາມຄົນເຈັບທີ່ເປັນພະຍາດເຊັ່ນ:
ເຮສໄອວີ(HIV)
- ການກວດນັບເຊຶ້ອໄວຣັສ (RNA Viral load)
- ການກວດການດື້ຕໍ່ຢາ (Drug Resistance genotyping)
- ການກວດບົ່ງມະຕິໄດ້ໄວໃນເດັກທີ່ເກີດ ຈາກແມ່ຕິດເຊຶ້ອ (DNA viral load).
ເປັນໂຄງການທີ່ຢູ່ພາຍໄຕ້ການຄຸ້ມຄອງ ຂອງສູນຕ້ານເອສ (Centre for HIV/ AIDS and Sexual transmitted diseases). ແລະ ມີການຮ່ວມມືກັບ ສະຖາບັນ ປັສເຕີ ກຳປູເຈຍ, ອົງການອະນາໄມໂລກ,ESTHER ແລະ ກອງທຶນໂລກ
ມີການຈັດຝຶກອົບຮົມໃຫ້ແກ່ທ່ານໝໍ ໃນການອ່ານຜົນກວດ (ເພື່ອຕິດຕາມການປິ່ນປົວ)
ການນັບຈຳນວນເຊື້ອພະຍາດ ອັກເສບຕັບບີ ແລະ ຊີ HBV, HCV
- ຮັບກວດຕົວຢ່າງຈາກໂຮງໝໍ ແລະ ຄຼີນິກທົ່ວປະເທດລາວ
- ຈັດຝຶກອົບຮົມໃຫ້ແກ່ທ່ານໝໍ ໃນການອ່ານຜົນກວດ