Quality
ນະໂຍບາຍ,ທາງດ້ານຄຸນະພາບແລະຈຸດມຸ້ງໝາຍຂອງCILM ISO 15189:2012 ແລະ ISO 15190
ຄຳປະຕິຍານແລະນະໂຍບາຍທາງດ້ານຄຸນະພາບແລະຄວາມປອດໄພ
“ພວກເຮົາທີມງານ CILM ຂໍປະຕິຍານຕົນວ່າຈະໃຫ້ການບໍລິການທີ່ໄດ້ມາດຕະຖານ, ຜົນກວດທີ່ສາມາດເຊື່ອຖືໄດ້, ສົ່ງຜົນຕົງເວລານັດໝາຍ, ນຳໃຊ້ເຕັກນິກແລະເຄື່ອງມືທີ່ໄດ້ມາດຕະຖານ, ປະຕິບັດໂດຍນັກວິຊາການທີ່ມີຄວາມສາມາດທາງດ້ານການກວດໂດຍສະເພາະ.
ພວກເຮົາຢຶດໝັ້ນໃນລະບຽບແລະນະໂຍບາຍຂອງຫ້ອງວິເຄາະຢູ່ຕະຫຼອດເວລາໂດຍການຝຶກອົບຮົມໃຫ້ພະນັກງ ານສຳລັບຂໍ້ມູນທີ່ຈຳເປັນຕໍ່ການປະຕິບັດໃນການກວດຢ່າງຄົບຖ້ວນ.
ເພື່ອໃຫ້ແນ່ໃຈວ່າພະນັກງານແລະທຸກທ່ານທີ່ເຂົ້າມາໃນສູນ CILM ແມ່ນຢູ່ໃນສະພາບແວດລ້ອມທີ່ປອດໄພ.
ຈຸດມຸ້ງໝາຍ
- ການປະຕິບັດຕ້ອງສອດຄ່ອງກັບມາດຕະຖານສາກົນ ISO 15189:2012 ຕະຫຼອດເວລາ
- ຮັກສາຄວາມດີເລີດດ້ານການບໍລິການຂອງຫ້ອງວິເຄາະທາງການແພດໂດຍໃຊ້ເຕັກນິກທີ່ໄດ້ມາດຕະຖານ
- ເພື່ອໃຫ້ສອດຄ່ອງຕາມຂໍ້ກຳນົດທາງກົດຫມາຍ
- ມີພະນັກງານທີ່ເຫມາະສົມແລະມີຄວາມສາມາດທີ່ພຽງພໍ, ມີການບໍລິການດ້ານວິຊາຊີບທີ່ມີປະສິດທິຜົນ
- ເພື່ອໃຫ້ການກວດ, ການລາຍງານຜົນຂອງວິເຄາະມີປະສິດທິພາບແລະທັນເວລາ
- ເພື່ອຮັບປະກັນຄວາມເພິ່ງພໍໃຈຂອງທ່ານໝໍ ແລະ ຄົນເຈັບສືບໆຕໍ່ໄປ.