ຫ້ອງສະໝຸດ

ຫ້ອງສະມຸດທີ່ເຕັມໄປດ້ວຍຂໍ້ມູນອັນໃໝ່ໆ

ຫ້ອງສະໝຸດຂອງພວກເຮົາເປັນຫ້ອງສະໝຸດ ທີ່ມີປື້ມຫຼາກຫຼາຍກ່ຽວກັບການແພດ ແລະ ບັນຫາທາງດ້ານສາທາລະນະສຸກ ລວມມີ ຂໍ້ມູນ ແລະ ຫົວຂໍ້ຕີພິມອັນໃໝ່ລ້າສຸດ. ພວກເຮົາມີຈຸດປະສົງສະໜັບສະໜູນ ແລະ ເພີ້ມຄວາມຮູ້ທາງດ້ານວິທະຍາສາດ ແລະ ການແພດ ຢູ່ໃນ ສປປ ລາວ.

ພວກເຮົາ ໄດ້ຈັດຫາບັນດາປື້ມໃໝ່ໆກ່ຽວກັບວິທະຍາສາດ ແລະ ການແພດຢ່າງສະໝ່ຳສະເໝີ. ປື້ມສ່ວນໃຫຍ່ແມ່ນ ເປັນພາສາຝລັ່ງ.

ພວກເຮົາມີສະຖານທີ່ສະດວກສະບາຍໄວ້ສຳລັບອ່ານໜັງສື. ທ່ານສາມາດມາເລືອກອ່ານປື້ມ ຢູ່ຫ້ອງສະໝຸດໂດຍບໍ່ໄດ້ເສຍຄ່າ ຫຼື ທ່ານສາມາດຢືມປື້ມໄປອ່ານໄດ້ໂດຍການເຮັດບັດສະມາຊິກ.

ເວລາເປີດຫ້ອງສະໝຸດ
ວັນຈັນ-ສຸກ: 09ມ ເຊົ້າ ຫາ 05ມ ແລງ. ປິດ ວັນເສົາ-ອາທິດ