ຫ້ອງປະຊຸມ-ຈັດສຳມະນາ
ເປັນຫ້ອງປະຊຸມທີ່ທັນສະໃໝ ແລະ ມີຄວາມງົດງາມ, ເປັນສະຖານທີ່ ທີ່ເໝາະສົມ ໃນການຈັດປະຊຸມ- ສຳມະນາ ທົ່ວໄປ, ແລະ/ຫຼື ສຳລັບ ການປຶກສາຫາກ່ຽວກັບບັນຫາ ທາງດ້ານສາທາລະນະສຸກ.
ອ່ານເພີ້ມຫ້ອງວິເຄາະ
ຫ້ອງວິເຄາະ ໂຣດົຟ ເມຣິເອີ ຂອງພວກເຮົາ ໄດ້ຖືກສ້າງຂື້ນ ໃນປີ 2009 , ເຊິ່ງໄດ້ຈັດລຽງ ເປັນຫ້ອງວິເຄາະດ້ານ ຄວາມປອດໄພທາງຊີວະພາບ ຂັ້ນ2+(Biosafety level 2plus) ແຫ່ງທຳອິດຢູ່ ສ.ປ.ປ ລາວ ແລະເປັນບ່ອນວິໄຈ ສະເພາະພະຍາດຈຸລິນຊີ (bacteria) ແລະ ຈຸລະໂລກ (virus). ພວກເຮົານັ້ນໜັກໃສ່ 3 ວຽກງານຕົ້ນຕໍເຊັ່ນ: ເຮສໄອວີ(HIV)/ ເຊື້ອສວຍໂອກາດໃນຄົນເຈັບ HIV/ ພະຍາດຕັບອັກເສບຊຳເຮື້ອ, ພະຍາດວັນນະໂລກ ແລະ ພະຍາດຊຶມເຊື້ອລະບົບຫາຍໃຈ.
ອ່ານເພີ້ມ