ຫ້ອງວິເຄາະ

ຫ້ອງວິເຄາະທາງດ້ານໂມເລກຸນວິທະຍາທີ່ມີຄວາມທັນສະໃໝ

ໄຕ້ການນຳພາຂອງ ດຣ ພິມພາ ປາບໍລິບູນ MD, MSc. ຢູ່ສູນຂອງພວກເຮົາມີຫ້ອງວິເຄາະ ໂຣດົຟ ເມຣິເອີ(Rodolphe Merieux) ເນື້ອທີ່ 120 ມ². ເປັນຫ້ອງວິເຄາະດ້ານຄວາມປອດໄພທາງຊີວະພາບ ຂັ້ນ 2+ (Biosafety level 2 plus), ຄວບຄຸມ ຄວາມສະອາດ ດ້ວຍລະບົບISO8, ມີ 1 ຫ້ອງທີ່ໃຊ້ໃນການກະກຽມນ້ຳຢາ. 1 ຫ້ອງ ເພື່ອການເຮັດວິໄຈສະກັດຫາເຊື້ອພະຍາດ ແລະ ອີກ 1 ຫ້ອງ ສຳລັບການເຮັດ PCR (PCR and Real-Time PCR) ແລະ ເຮັດການວິໄຈ PCR ດ້ວຍເຈວ(gel analysis).

ພວກເຮົາມີຄວາມມຸ້ງໝັ້ນທີ່ຈະຕອບສະໜອງ ການບົ່ງມະຕິພະຍາດຊຶມເຊື້ອ,ເພາະສະນັ້ນການຄົ້ນຄ້ວາ ຂອງພວກເຮົາຈະເນັ້ນໜັກ ໃສ່ 3 ວຽກງານຕົ້ນຕໍ ເຊັ່ນ: HIV/ ພະຍາດສວຍໂອກາດໃນຄົນເຈັບHIV/ ອັກເສບຕັບຊໍາເຮື້ອ, ພະຍາດວັນນະໂລກປອດ ແລະ ພະຍາດຊຶມເຊື້ອທາງລະບົບຫາຍໃຈ

ປະຈຸບັນ ພວກເຮົາມີບົດບາດສຳຄັນໃນການ ພັດທະນາການຄົ້ນຄ້ວາກ່ຽວກັບພະຍາດວັນນະໂລກ ໂດຍສະເພາະແມ່ນ ການປູກເຊື້ອ ແລະ ການສຶກສາທາງໂມເລກຸນວິທະຍາ ກ່ຽວກັບການດື້ຕໍ່ຢາຂອງເຊື້ອວັນນະໂລກ ເຊິ່ງມັນໄດ້ຊ່ວຍທ່ານໝໍ ໃນການປິ່ນປົວຄົນເຈັບ ໃຫ້ດີຂື້ນກ່ວາເກົ່າ. ໄດ້ມີການຮ່ວມມືກັບສູນຕ້ານເອສ (Centre for HIV / AIDS and Sexual transmitted diseases) ໃນການກວດນັບ ຈຳນວນເຊື້ອເຮສໄອວີ (HIV). ນອກຈາກນັ້ນ ພວກເຮົາຍັງກວດວິໄຈ ນັບຈຳນວນເຊື້ອພະຍາດອັກເສບຕັບບີ ແລະ ຊີ(HBV/HCV Viral laod) ໃຫ້ແກ່ຄົນເຈັບທົ່ວໄປ ບໍ່ວ່າຈະມາຈາກໂຮງໝໍ ຫຼື ຄຼີນິກເອກກະຊົນ.

ຫ້ອງວິເຄາະ ໂຣດົຟ ເມຣິເອີ (Rodolphe Mérieux) ເປັນພາກສ່ວນຫນຶ່ງ ຂອງເຄືອຄ່າຍ GABRIEL Network (Global Approach for Biological Research on Infectious Epidemics in low-income countries) ເຊິ່ງແມ່ນເຄຶອຄ່າຍ ທີ່ໄດ້ລວບລວມເອົາຫ້ອງວິເຄາະຈາກຫຼາຍຯປະເທດທີ່ໄດ້ຮັບການຊ່ວຍເຫຼຶອ ສະໜັບສະໜູນຈາກມູນນິທິ ເມຣິເອີ (Fondation Merieux). ຈຸດປະສົງຂອງເຄຶອຄ່າຍ GABRIEL ແມ່ນໃຫ້ການສະຫນັບສະຫນູນໂຄງການຄົ້ນຄ້ວາ ກ່ຽວກັບ ພະຍາດຊືມເຊື້ອ ທີ່ໄດ້ດຳເນີນຢູ່ໃນ ຫ້ອງວິເຄາະທີ່ເປັນສະມາຊິກຢູ່ໃນບັນດາປະເທດ ທີ່ກຳລັງພັດທະນາ ໂດຍມີການແລກປ່ຽນຢ່າງ ກ້ວາງຂວາງ ທາງດ້ານແນວຄວາມຄິດ, ຂັ້ນຕອນປະຕິບັດວຽກ, ຂໍ້ມູນ ແລະ ປະສົບການທາງດ້ານ biosafety, biomathematics, bioethics, ການບໍລິຫານ ແລະ ການຂຽນໂຄງການເພື່ອຂໍທືນຊ່ວຍເຫຼຶອ.

ເວລາຮັບຕົວຢ່າງນັບເຊື້ອໄວຣັສ ເຮສໄອວີ, ຕັບອັກເສບ ບີ ແລະ ຊີ (HIV, HBV, HCV)
ຈັນ-ສຸກ: ເຊົ້າ 9:00ມ - 12:00ມ ບ່າຍ 13:30 - 15:30
ປິດຮັບຕົວຢ່າງ ວັນເສົາ-ອາທິດ