ຫ້ອງປະຊຸມ
ເປັນສະຖານທີ່ ແລກປ່ຽນປະສົບການດ້ານວິທະຍາສາດ ແລະ ແບ່ງປັນຄວາມຮູ້
ພວກເຮົາມີພາລະບົດບາດທີ່ສຳຄັນ ຕໍ່ວຽກງານສິດສອນ ແລະ ຝຶກອົບຮົມ, ໂດຍການຈັດສຳມະນາ ແລະ ຈັດກອງປະຊຸມ ກ່ຽວກັບບັນຫາທາງດ້ານສາທາລະນະສຸກ. ໂດຍການປະສານງານກັບບັນດາຄູ່ຮ່ວມມື ພວກເຮົາໄດ້ຈັດຕັ້ງການສຳມະນາ ປະຈຳປີກ່ຽວກັບພະຍາດຊືມເຊື້ອ ໂດຍມີບັນດາແພດໝໍ, ນັກຄົ້ນຄ້ວາວິທະຍາສາດ ແລະ ພະນັກງານສາທາລະນະສຸກ ຈາກບັນດາປະເທດລຸ່ມແມ່ນ້ຳຂອງ ແລະ ຈາກເອີລົບ ເຂົ້າຮ່ວມ.
ຫ້ອງປະຊຸມຂອງພວກເຮົາໄດ້ຖືກອອກແບບ ມາເພື່ອຕອບສະໜອງການເຮັດວຽກ ແລະ ປຶກສາຫາລືບັນດາກິດຈະກຳກ່ຽວກັບ ບັນຫາດ້ານສາທາລະນະສຸກທີ່ກ່າວມາຂ້າງເທິງນັ້ນ. ປະກອບດ້ວຍ ສິ່ງອຳນວຍຄວາມສະດວກເຊັ່ນ ວີດີໂອໂປຼເຈັກເຕີ ແລະ ອິນເຕີເນັດ Wi-Fi.
ບໍ່ວ່າຈະເປັນການປະຊຸມລະດັບສາກົນ, ການປະຊຸມທາງດ້ານວິທະຍາສາດ ຫຼື ການຈັດສຳມະນາລະດັບສູງ ທາງທີມງານ ພວກເຮົາມີປະສົບການໃນການຈັດຕັ້ງປະຕິບັດ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງທ່ານຢ່າງຮອບດ້ານ. ພ້ອມດຽວກັນນັ້ນ ພວກເຮົາຍັງໃຫ້ບໍລິການຄົບຊຸດ ເຊັ່ນວ່າ: ອາຫານຫວ່າງ, ອາຫານທ່ຽງ ລວມທັງ ຝ່າຍເລຂານຸການ ກັອບປີ້ເອກະສານ. ທ່ານສາມາດສອບຖາມຂໍ້ມູນລະອຽດ ແລະ ລາຄາເຊົ່າຫ້ອງປະຊຸມໄດ້ໃນໂມງລັດຖະການ. .