Activities

ສູນວິໄຈ ພະຍາດຊຶມເຊື້ອ ຄຣິສຕົຟ ເມຣິເອີ ລາວ

ເປັນສະຖາບັນທີ່ມີເອກະລັກສະເພາະ ສວຄມ ມີພະນັກງານທັງໝົດ 12 ຄົນ ທີ່ມີຄວາມມຸ້ງຫວັງອັນດຽວກັນໃນການ ປັບປຸງການເຂົ້າເຖິງການບົ່ງມະຕິພະຍາດ ໃຫ້ໄດ້ຊັດເຈນແກ່ຄົນເຈັບ . ອີງຕາມ ແນວທາງການບໍລິຫານຂອງສູນ ໃນແຕ່ລະປີໄດ້ມີການຈັດກອງປະຊຸມ ປຶກສາຫາລື (Strategic Orientation Council) ລະຫວ່າງ ຄະນະສະມາຊິກ ຈາກກະຊວງສາທາລະນະສຸກ, ຈາກ ມູນນິທິເມຣິເອີ ແລະ ຈາກສະຖາບັນ ສາທາລະນະສຸກສາດສາກົນ. ຈຸດປະສົງ ຂອງກອງປະຊຸມດັ່ງກ່າວກໍ່ແມ່ນ ເພື່ອກຳນົດຍຸດທະສາດ ການພັດທະນາຂອງສູນ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງປະເທດຊາດ.