ກ່ຽວກັບ CILM

ປະຫວັດຄວາມເປັນມາ

ພາຍຫຼັງການໄປຢ້ຽມຢາມປະເທດຝຣັ່ງ ຂອງທ່ານລັດຖະມົນຕີ ກະຊວງສາທາ ລະນະສຸກໃນປີ 2005, ເຮັດໃຫ້ທ່ານ ດຣ ຄຣິສຕົຟ ເມຣິເອີ (Dr Christophe Mérieux) ເລັງເຫັນຄວາມຕ້ອງການຢ່າງຮີບດ່ວນ ຂອງປະເທດລາວ ທາງດ້ານການບົ່ງມະຕິພະຍາດ. ເຊິ່ງໃນຕອນນັ້ນ ຢູ່ເມືອງລາວຍັງບໍ່ມີເຄື່ອງມືໃນການ ບົ່ງມະຕິພະຍາດທີ່ທັນສະໄໝ ໂດຍສະເພາະທາງດ້ານໂມເລກຸນ ວິທະຍາ. ເຊິ່ງການບົ່ງມະຕິພະຍາດ ທີ່ຊັດເຈນເປັນໝາກຫົວໃຈ ໃນການປິ່ນປົວໃຫ້ໄດ້ປະສິດທິພາບ. ດ້ວຍເຫດນັ້ນທ່ານ ດຣ ຄຣິສຕົຟ ເມຣິເອີ ຈິ່ງໄດ້ຕັດສິນໃຈໃຫ້ຄວາມ ຊ່ວຍເຫຼືອປະເທດລາວ ໂດຍການຕອບສະໜອງເຄື່ອງມື ບົ່ງມະຕິພະຍາດເພື່ອຕໍ່ຕ້ານພະຍາດ ຊຶມເຊື້ອຕ່າງໆທີ່ເປັນບູລິມະສິດ ຂອງປະເທດ.ໃນທີ່ສຸດ ສູນວິໄຈ ພະຍາດຊຶມເຊື້ອ ຄຣິສຕົຟເມຣິເອີ ລາວ(ສວຄມ/CICML) ກໍ່ໄດ້ຖືກສ້າງ ຂື້ນໃນປີ 2009, ເພື່ອຮັບໃຊ້ວຽກງານ ສາທາລະນະສຸກ. ປະຈຸບັນນີ້ CICML ໄດ້ມີບົດບາດທີ່ສຳຄັນຕໍ່ກັບພື້ນຖານ ໂຄງລ່າງສາທາ ໂດຍພາຍໄຕ້ການນຳພາ ຂອງກະຊວງສາທາລະນະສຸກ.

ດຣ ຄຣິສຕົຟ ເມຣິເອີ, ນັກການກຸສົນ

ດ້ວຍຄວາມປາດຖະໜາທີ່ຈະຕໍ່ຕ້ານ ພະຍາດຊືມເຊື້ອ ແລະ ຄວາມມີນ້ຳໃຈ ເອື້ອເຟື້ອເພື່ອແຜ່ຂອງ ທ່ານ ດຣ ຄຣິສຕົຟ ເມຣິເອີ ບວກກັບ ການຊ່ວຍເຫຼືອຈາກ ມູນນິທິເມຣິເອີ ເຊິ່ງແມ່ນມູນນິທິ ຂອງຄອບຄົວ ເມຣິເອີ ຄົນຝຣັ່ງ ທີ່ມີ ຄວາມເປັນເອກະລາດ, ໃນທີ່ສຸດ ສວຄມ ຈິ່ງໄດ້ຖືກສ້າງຕັ້ງຂື້ນ. ເພື່ອຈາລຶກບຸນຄຸນຂອງທ່ານ ສູນດັ່ງກ່າວ ຈິ່ງໄດ້ຕັ້ງຊື່ຕາມຊື່ຂອງທ່ານ ແລະ ໄດ້ກາຍເປັນ ສູນວິໄຈ ພະຍາດຊຶມເຊື້ອ ຄຣິສຕົຟ ເມຣິເອີ ລາວ (ສວຄມ/CICML)ໃນປະຈຸບັນ. ສູນວິໄຈ ພະຍາດຊຶມເຊື້ອ ຄຣິສຕົຟ ເມຣິເອີ ລາວ ແລະ ມູນນິທິ ເມຣິເອີ ແມ່ນ ສອງສະຖາບັນທີ່ແຕກຕ່າງກັນ ແລະ ເປັນເອກະລາດຂອງໃຜລາວ. ເຖິງຢ່າງໃດກໍ່ຕາມໃນປະຈຸບັນນີ້ມູນນິທິເມຣິເອີກໍ່ຍັງໃຫ້ການຊ່ວຍເຫຼືອ ສວຄມ ຢູ່ຕະຫຼອດ.

ພາລະບົດບາດຂອງສູນວິໄຈພະຍາດຊືມເຊື້ອ ລາວ-ຄຣິດຕົຟ ເມຣິເອີ

  • ດໍາເນີນການກວດວິເຄາະດ້ານຊີວະວິທະຍາ ໂມເລກຸນ ຮ່ວມມືກັບໂຄງການລະດັບຊາດ ເພື່ອຕໍ່ສູ້ຕ້ານ ພະຍາດຊືມເຊື້ອ.
  • ພັດທະນາໂຄງການຄົ້ນຄວ້າວິທະຍາສາດກ່ຽວກັບພະຍາດຊືມເຊື້ອໃນ ສ.ປ.ປ ລາວ ໂດຍຮ່ວມມືກັບ ຂະແໜງການວິທະຍາສາດ ແລະ ສະຖາບັນການແພດຕ່າງໆ.
  • ເນັ້ນໜັກໃສ່ການຝຶກອົບຮົມໃຫ້ແກ່ພະນັກງານສາທາລະນະສຸກ ໂດຍອາໃສການຮ່ວມມືອັນແໜ້ນແຟ້ນ ຈາກຫຼາຍພາກສ່ວນ ເຊັ່ນວ່າ: ຫ້ອງວິເຄາະຂອງໂຮງໝໍລັດ, ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ແລະ ສະຖາບັນການແພດເຂດຮ້ອນ.